Skip to main content Skip to main navigation menu Skip to site footer
  • Current
  • Archives
  • About
    • About the Journal
    • Submissions
    • Privacy Statement
Search
  • Register
  • Login
  1. Home /
  2. Login

Login

Required fields are marked with an asterisk: *

Login
Register

“ວາລະສານຄົ້ນຄວ້າກະສິກາໍ ແລະ ປ່າໄມ້” ເປັນວາລະສານວິຊາການ ທີ່ພິມຂຶ້ນເພື່ອລວບລວມ ແລະ ເຜີຍແຜ່ຂໍ້ ມູນຂ່າວສານຕ່າງໆ ທາງດ້ານວິຊາການ ແລະ ຜົນຂອງການຄົ້ນຄວ້າທີ່ກ່ຽວຂ້ອງກັບວຽກງານ ກະສິກາໍ ແລະ ປ່າໄມ້ ຂອງ ສປປ ລາວ. ນອກຈາກນີ້ ວາລະສານຄົ້ນຄວ້າກະສິກາໍ ແລະ ປ່າໄມ້ ຍັງເປັນເວທີສໍາລັບແລກປ່ຽນຂໍ້ຄິດເຫັນ ຂອງນັກຄົ້ນຄວ້າ ແລະ ຜູ້ວາງແຜນນະໂຍບາຍ.

ໄລຍະຜ່ານມາ ເປັນທີ່ຍອມຮັບກັນວ່າ ການຍົກຜະລິດຕະພາບ, ການຫຼຸດຜ່ອນຕົ້ນທຶນການຜະລິດ, ການ ເພີ້ມຄວາມສາມາດແຂ່ງຂັນ ແລະ ການຜະລິດສີນຄ້າກະສິກໍາ ໃນເງື່ອນໄຂການເຊື່ອມໂຍງ ເສດຖະກິດພາກ ພື້ນ ແລະ ການເລີ່ມຈັດຕັ້ງປະຕິບັດປະຊາຄົມເສດຖະກິດອາຊຽນ ແຕ່ຕົ້ນປີ 2016 ເປັນຕົ້ນໄປ ຂອງຂະ ແຫນງການກະສິກໍາ ແລະ ປ່າໄມ້ ແມ່ນຂຶ້ນກັບການນໍາໃຊ້ແນວພັນໃຫມ່, ການນໍາເອົາເຕັກນິກວິທະຍາສາດ ເຂົ້າສູ່ການຜະລິດ, ການປ່ຽນແປງເຕັກນິກການຜະລິດ, ການປັບປຸງດິນ, ການນໍາໃຊ້ກົນຈັກ ໄປຄຽງຄູ່ກັບນະ ໂຍບາຍກະສິກໍາທີ່ເຫມາະສົມ, ການພັດທະນາເທັກໂນໂລຢີທີ່ແທດເຫມາະ ໂດຍອີງໃສ່ຜົນຂອງການຄົ້ນຄວ້າ ທົດລອງທີ່ສອດຄ່ອງກັບສະພາບແວດລ້ອມ ຂອງ ສປປ ລາວ. ຄາດວ່າ ວາລະສານຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ຈະສາມາດເປັນພາຫະນະ ໃນການເຜີຍແຜ່ຜົນຂອງການຄົ້ນຄວ້າທົດລອງ ໃນ ສປປ ລາວ ແລະ ກໍ່ຊ່ວຍໃຫ້ຮັບ ປະກັນໃນການວາງແຜນຄົ້ນຄວ້າທົດລອງກະສິກໍາ ແລະ ປ່າໄມ້ ເພື່ອແກ້ໄຂບັນຫາການຜະລິດສະບຽງອາຫານ, ການຜະລິດສິນຄ້າ ແລະ ປະກອບສ່ວນບັນລຸຄາດຫມາຍຍຸດທະສາດພັດທະນາກະສິກໍາ ແລະ ປ່າໄມ້ ຮອດປີ 2025

More information about the publishing system, Platform and Workflow by OJS/PKP.